ເງິນແມ່ນຫຍັງ?

ນັບແຕ່ດຶກດຳບັນເປັນຕົ້ນມາ ຜູ້ຄົນນຳໃຊ້ວັດຖຸທີ່ຕົນເອງມີແລກປ່ຽນກັນ, ການຊື້-ຂາຍສ່ວນໃຫຍ່ແມ່ນເປັນໃນລັກສະນະຂອງການແລກປ່ຽນ ຍັງບໍ່ມີວັດຖຸມີຄ່າເປັນມາດຕະຖານໃນການແລກປ່ຽນຢ່າງເປັນຮູບປະທຳ.

ຕໍ່ມາ, ເມື່ອຄົນເຮົາກ້າວສູ່ຍຸກທີ່ຮຸ່ງເຮືອງ ມັນສະໝອງຂອງຄົນມີການຂະຫຍາຍຕົວ ໂດຍຜ່ານຂະບວນການວິວັດແຫ່ງການອອກແຮງງານ, ເຮັດໃຫ້ຄົນເຮົາມີຄວາມຄິດຢາກໄດ້ຢາກມີ, ເກີດມີການຕໍ່ສູ້ຍາດແຍ່ງ ແລະ ແລກປ່ຽນວັດທະນະທຳເຊິ່ງກັນ. “ເງິນ” ຈິ່ງຖືກຳເນີດຂຶ້ນເພື່ອເປັນສື່ກາງໃນການແລກປ່ຽນ ໂດຍປະເພດຂອງເງິນນັ້ນຈະມີລັກສະນະແຕກຕ່າງກັນໄປຕາມແຕ່ລະສັງຄົມການປົກຄອງ ເຊັ່ນ: ໄມ້ຫາຍາກ, ເປືອກຫອຍ, ຫີນບາງຊະນິດ, ຝິ່ນ, ໂລຫະມີຄ່າ ແລະ ອື່ນໆ. ເງິນ ບໍ່ຈຳເປັນຕ້ອງມີຮູບຮ່າງທີ່ຈຳເພາະເຈາະຈົງແບບໃດແບບໜຶ່ງ ຂໍພຽງສາມາດແລກປ່ຽນໄດ້ ແລະ ເປັນທີ່ຍອມຮັບໃນການແລກປ່ຽນກັນກໍ່ພໍ.

“ເງິນເຈ້ຍ” ຫຼື “ທະນະບັດ” ຖືກພັດທະນາຂຶ້ນມານຳໃຊ້ເປັນຄັ້ງແລກໃນຊ່ວງໄລຍະການປົກຄອງຂອງລາດຊະວົງ ຖັງ ຂອງຈີນ ປະມານສະຕະວັດທີ 7 ແຕ່ຍັງຄົງນຳໃຊ້ກັນພາຍໃນທ້ອງຖິ່ນເທົ່ານັ້ນ ເນື່ອງຈາກເງິນທີ່ໄດ້ຮັບການຄຸ້ມຄອງຈາກກົດໝາຍຢ່າງເປັນທາງການແມ່ນຖືກນຳໃຊ້ໃນລາດສະວົງ ຊົ້ງ ຄືຊ່ວງສະຕະວັດທີ 11 ເປັນຕົ້ນມາ ເນື່ອງຈາກພໍ່ຄ້າຊາວຈີນເຫັນວ່າການນຳໃຊ້ຫຼຽນແມ່ນມີຄວາມຫຍຸ້ງຍາກໃນການຮັກສາ ທັງມີນໍ້າໜັກຫຼາຍເຮັດໃຫ້ການຂົນເງິນເປັນໄດ້ລຳບາກ.

ອະທິບາຍກັນໄປຍາວ ຍັງບໍ່ຮູ້ເລີຍວ່າຄວາມໝາຍທີ່ແທ້ຈິງຂອງ “ເງິນ” ນັ້ນແມ່ນຫຍັງກັນແທ້; “ເງິນ” ແມ່ນເຄື່ອງມືທີ່ໃຊ້ໃນການແລກປ່ຽນຊື້-ຂາຍສິນຄ້າ ແລະ ບໍລິການ, ເປັນຕົວກາງໃນການຊໍາລະໜີ້ສິນໄດ້ຢ່າງຖືກຕ້ອງຕາມກົດໝາຍ ແລະ ເງິນບໍ່ຈຳເປັນຕ້ອງມີຮູບຮ່າງຄືກັນກໍ່ໄດ້, ເງິນບໍ່ຈຳເປັນຕ້ອງແມ່ນເຈ້ຍ, ບໍ່ຈຳເປັນຕ້ອງແມ່ນໂລຫະມີຄ່າ, ມັນສາມາດຢູ່ໃນຮູບຮ່າງຕົວເລກ ຫຼື ສິ່ງໃດກໍ່ໄດ້ແຕ່ຕ້ອງຢູ່ພາຍໃຕ້ການຮັບຮອງຂອງກົດໝາຍປະເທດນັ້ນໆ”.

Be the first to comment

Leave a Reply

Your email address will not be published.


*