ເປັນຫຍັງຄົນລາວຈິ່ງມັກອາຊີບພະນັກງານລັດ?

ມີໃຜທີ່ເຄີຍຄິດແບບດຽວກັນກັບ ແອດມີນ ບໍ່ວ່າ “ເປັນຫຍັງຄົນລາວເຮົາຈິ່ງມັກປະກອບອາຊີບເປັນພະນັກງານລັດ?” ຖ້າໃຫ້ຕອບ ກໍ່ແນ່ນອນວ່າຫຼາຍຄົນຄົງມີຫຼາຍເຫດຜົນມາອະທິບາຍ ແຕ່ທັງໝົດເທົ່າທີ່ແອດມີນເຄີຍຖາມ ແລະ ເຄີຍໄດ້ຄຳຕອບມາ ເກືອບ 99% ແມ່ນໃຫ້ເຫດຜົນວ່າ: “ພະນັກງານລັດແມ່ນອາຊີບທີ່ມີຄວາມໝັ້ນຄົງກວ່າ”…

ມັນອາດເປັນຄວາມຈິງຕາມເຫດຜົນທີ່ຫຼາຍຄົນຮູ້ສຶກ ແລະ ໄດ້ຕອບມາ ຄື: “ພະນັກງານລັດແມ່ນອາຊີບທີ່ມີຄວາມໝັ້ນຄົງກວ່າ”… ແຕ່ຄວາມໝັ້ນຄົງໃນທີ່ນີ້ຄົງໝາຍເຖິງໂອກາດທີ່ຈະໄດ້ເຮັດວຽກໃນສາຍງານລັດໄປຈົນກວ່າຈະບໍານານ ເພາະຖ້າຫາກບໍ່ເຮັດຄວາມຜິດຮ້າຍແຮງຈົນເກີນຂອງເຂດກໍ່ຈະບໍ່ຖືກໄລ່ອອກຈາກວຽກທີ່ເຮັດຢູ່ (ເຊິ່ງກົງກັນຂ້າມກັບການເຮັດວຽກໃນພາກເອກະຊົນ). ສະນັ້ນ​, ນີ້ຈິ່ງເກີດເປັນຊ່ອງຫວ່າງໃຫ້ກັບອົງການຈັດຕັ້ງພາກລັດ ໂດຍສະເພາະແມ່ນຂະແໜງຈັດຕັ້ງ/ບຸກຄະລາກອນ ສວຍໂອກາດໃນການຮຽກຮ້ອງຄ່າຈ້າງໃນການແລ່ນເອົາຄົນເຂົ້າເຮັດວຽກ ແລະ ກໍ່ແນ່ນອນວ່າຫຼາຍຄົນຈຳເປັນທີ່ຈະຕ້ອງຈົກເງິນຈ່າຍເພື່ອໃຫ້ຕົນເອງ ຫຼື ລູກຫຼານໄດ້ເຮັດວຽກເປັນ “ລັດຖະກອນ”.

ສຳລັບຄົນ ຫຼື ຄອບຄົວໃດທີ່ມີຖານະທາງການເງິນດີກໍ່ມີໂອກາດທີ່ຈະໄດ້ຮັບການບັນຈຸເຂົ້າເຮັດວຽກໃນໂອກາດທີ່ສູງກວ່າ, ກົງກັນຂ້າມ ສຳລັບຄົນທີ່ມີແຕ່ຕົວກັບຄວາມຮູ້ຄວາມສາມາດກໍ່ຕ້ອງຍອມຮັບຊະຕາກຳຂອງຕົນເອງໄປ (ຖ້າມີເງິນແດ່ກໍ່ຖືວ່າເປັນບຸນ) ຕາມລຳດັບ. ບັນຫາເຫຼົ່ານີ້ເປັນສິ່ງທີ່ເກີດຂຶ້ນຈິງໃນສັງຄົມລາວປັດຈຸບັນ ເຖິງແມ່ນວ່າພັກ-ລັດຈະພະຍາຍາມແກ້ໄຂ ແຕ່ມັນບໍ່ມີທາງເຮັດໄດ້ 100%, ຍິ່ງເຮັດໃຫ້ການບັນຈຸຄົນເຂົ້າເປັນພະນັກງານລັດຖະກອນຍາກຂຶ້ນຫຼາຍເທົ່າໃດ ມັນຍິງເຮັດໃຫ້ເງິນທີ່ຈະຕ້ອງຈ້າງເຂົ້າເຮັດວຽກນັ້ນເພີ່ມຂຶ້ນຫຼາຍເທົ່າຕົວ ຄວາມຫວັງຂອງຄົນເງິນໜ້ອຍຍິ່ງຢູ່ຫ່າງອອກໄປຫຼາຍກວ່າເກົ່າ.

ຫຼາຍຄົນຍອມເຮັດວຽກໃນຖານະ “ສັນຍາຈ້າງ” ຄືຍອມເຮັດວຽກພິສູດຕົວເອງ, ສ້າງຜົນງານໃຫ້ຂັ້ນເທິງເຫັນວ່າຕົນເອງມີຄວາມຮູ້ມີຄວາມສາມາດແທ້ ເຊິ່ງມັນອາດກິນເວລາຫຼາຍເດືອນ ຫຼື ຫຼາຍປີໃນຂະນະທີ່ບາງບ່ອນບໍ່ມີເງິນເດືອນໃຫ້ແກ່ພະນັກງານສັນຍາຈ້າງ ຫຼື ແມ່ນແຕ່ຄ່ານ້ຳມັນໃສ່ລົດທຽວການ. ຮ້າຍແຮງໄປກວ່ານັ້ນບາງຄົນເຖິງແມ່ນວ່າຈະເຮັດວຽກເປັນສັນຍາຈ້າງມາແລ້ວຫຼາຍປີ ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າເຂົາເຫຼົ່ານັ້ນຈະຖືກພິຈາລະນາຮັບເອົາເຂົ້າເປັນພະນັກງານລັດຢ່າງເຕັມຕົວ ເຊິ່ງນັ້ນມັນສະແດງອອກໃຫ້ເຫັນໄດ້ເຖິງຄວາມບໍ່ຍຸດຕິທຳໃນສັງຄົມເຮົາທຸກວັນນີ້.

ປັດຈຸບັນ, ຕະຫຼາດແຮງງານໃນລາວເຮົາເລີ່ມມີຄຸນນະພາບຫຼາຍຂຶ້ນ ແຕ່ການແຂ່ງຂັນກໍ່ຮຸນແຮງຂຶ້ນເຊັ່ນດຽວກັນ, ເຖິງຈະມີສະຖາບັນການສຶກສາ ຫຼື ສູນຝຶກວິຊາຊີບເກີດຂຶ້ນປານດອກເຫັດ ບວກກັບການພັດທະນາຂອງເສດຖະກິດມະຫາພາກທີ່ໂດຍລວມດີຂຶ້ນ ແຕ່ມັນກໍ່ຍັງບໍ່ໄດ້ເຮັດໃຫ້ໄພຫວ່າງງານໃນລາວເຮົາຫຼຸດລົງຢ່າງທີ່ຄວນຈະເປັນ. ເຖິງລັດທະບານລາວຈະມີນະໂຍບາຍດຶງດູດການລົງທຶນຈາກຕ່າງປະເທດເຂົ້າມາເພື່ອເຮັດໃຫ້ປະຊາຊົນລາວມີວຽກເຮັດງານທຳ ຫຼຸດຜ່ອນຄວາມທຸກຍາກ ແຕ່ມັນກໍ່ສາມາດຊ່ວຍເຫຼືອໄດ້ພຽງສ່ວນໜ້ອຍໜຶ່ງເທົ່ານັ້ນ. ເຫດຜົນຍ້ອນຄວາມເຊື່ອທີ່ວ່າພະນັກງານລັດແມ່ນອາຊີບທີ່ມີຄວາມໝັ້ນຄົງກວ່າ” ຍັງຄົງບໍ່ຫຼຸດອອກໄປຈາກຄວາມຄິດພື້ນຖານຂອງພວກເຂົາ, ຫຼາຍຄົນບໍ່ມັກເຮັດວຽກນຳເອກະຊົນຍ້ອນໄດ້ເຮັດວຽກເຕັມໂມງເຕັມເວລາ, ການເຂົ້າວຽກ-ເລີກວຽກຕ້ອງກົງຕໍ່ເວລາ, ຂາດວຽກກໍ່ຖືກຕັດເງິນ ຫຼື ອາດກ່ຽວພັນເຖິງການຂູດຮີດແຮງງານທາງອ້ອມເຊັ່ນ: ເຮັດວຽຍກາຍໂມງການແຕ່ບໍ່ໄດ້ຮັບເງິນລ່ວງເວລາ (OT) ຫຼື ອາດຈະໄດ້ຮັບໃນອັດຕາທີ່ຕ່ຳກວ່າຄວາມເປັນຈິງ ແລະ ອື່ນໆ.

ບັນຫາເຫຼົ່ານີ້ຖ້າເບິ່ງກັນທີ່ຄວາມຈິງ ແລະ ເຫດຜົນແລ້ວ ແມ່ນບໍ່ອາດຈະໂທດວ່າເປັນຄວາມຜິດຂອງລັດທະບານໄດ້ທັງໝົດ ທີ່ເວົ້າແບບນີ້ບໍ່ແມ່ນວ່າແອດມີກຳລັງເຂົ້າຂ້າງລັດຖະບານ ແຕ່ກຳລັງຢາກບອກໃຫ້ເຂົ້າໃຈວ່າມັນບໍ່ແມ່ນລັດທະບານທີ່ຕ້ອງການໃຫ້ສະຖານະການໃນຕະຫຼາດແຮງງານເປັນໄປແບບນີ້ ແຕ່ມັນເກີດຂຶ້ນຍ້ອນຕົວບຸກຄົນທີ່ເຮັດວຽກຢູ່ໃນອົງການຈັດຕັ້ງລັດ ທີ່ສວຍໃຊ້ສິດ, ອຳນາດ ແລະ ໜ້າທີ່ຕຳແໜ່ງເພື່ອຫາຜົນປະໂຫຍດເຂົ້າຕົນເອງ ໂດຍຜູ້ທີ່ສູນເສຍຜົນປະໂຫຍດເຕັມໆຄືລັດທະບານ. ເປັນຫຍັງຈິ່ງເວົ້າແນວນັ້ນ ກໍ່ຍ້ອນວ່າລັດທະບານກຳລັງຖືກໂກງ ນອກຈາກຈະຕ້ອງຈ່າຍເງິນເດືອນໃຫ້ກັບຄົນທີ່ຮັບເຂົ້າມາເຮັດວຽກແລ້ວ ບາງຄັ້ງອາດຈະໄດ້ບຸກຄະລາກອນທີ່ບໍ່ມີຄຸນນະພາບເຂົ້າເຮັດວຽກ, ເຮັດວຽກບໍ່ເປັນ…ເຊິ່ງມັນຈະສົ່ງຜົນໃຫ້ປະເທດຊາດສູນເສຍຜົນປະໂຫຍດ, ນອກຈາກປະເທດຊາດຈະບໍ່ກ້າວໜ້າ ອາດຈະກາຍເປັນວ່າຫຼ້າຫຼັງກໍ່ເປັນໄດ້.

ດ້ວຍເຫດນີ້, ແອດມີນ ຈິ່ງບໍ່ຢາກໃຫ້ຫຼາຍຄົນເຂົ້າໃຈວ່າ: ພະນັກງານລັດແມ່ນອາຊີບທີ່ມີຄວາມໝັ້ນຄົງກວ່າ” ເພາະນອກຈາກການເປັນພະນັກງານລັດແລ້ວກໍ່ຍັງມີອີກຫຼາກຫຼາຍອາຊີບໃຫ້ເລືອກເຮັດເລືອກທຳ, ຂໍພຽງມີຄວາມຕັ້ງໝັ້ນ, ອົດທົນ, ເປີດກວ້າງໂລກກະທັດຂອງຕົນເອງໃຫ້ໄກກວ່າເກົ່າ, ຮູ້ຈັກເຮັດການຕະຫຼາດ, ເຮັດໃນສິ່ງທີ່ຕົນເອງມີຄວາມຖະໜັດ ແລະ ຊຳນານ, ເຮັດໃນສິ່ງທີ່ຕົນເອງມັກ-ເຮັດມັນໃຫ້ດີທີ່ສຸດ “ຄວາມໝັ້ນຄົງຈະເກີດຂຶ້ນໃນຕົວຂອງມັນເອງ” ໂດຍທີ່ບໍ່ຈຳເປັນວ່າຕ້ອງໃສ່ເຄື່ອງແບບເປັນພະນັກງານລັດສະເໝີໄປ ເພາະແອດມີນບໍ່ເຊື່ອວ່າຖ້າບໍ່ໄດ້ເປັນພະນັກງານລັດແລ້ວຄົນເຮົາຈະບໍ່ມີກິນ ຫຼື ຈະພາກັນອົດຕາຍ “ຖ້າເປັນແບບນັ້ນຈິງຜູ້ທີ່ບໍ່ໄດ້ມີອາຊີບເປັນພະນັກງານລັດທັງຫຼາຍກໍ່ຄົງຢູ່ບໍ່ລອດ ຫຼື ລາອອກຈາກການເປັນລັດຖະກອນໄປເຮັດອາຊີບອື່ນແນ່ນອນ” ເລື່ອງແບບນີ້ມັນເປັນເຫດຜົນສ່ວນບຸກຄົນລ້ວນໆ ມັນຂຶ້ນຢູ່ກັບວ່າເຮົາຕ້ອງການຫຍັງຈາກອາຊີບທີ່ເຮົາເຮັດຕ່າງຫາກ “ປ່ຽນວິທີຄິດ ແລ້ວຊີວິດຈະດີຂຶ້ນ”.

Be the first to comment

Leave a Reply

Your email address will not be published.


*