
Mastercard ອາດຈະນຳເອົາເທັກໂນໂລຢີ Blockchain ໃນລະບົບຊ່ວຍຊຳລະເງິນ
ສຳນັກງານທະບຽຍສິດທິບັດ ແລະ ເຄື່ອງໝາຍການຄ້າຂອງສະຫະລັດ ຫຼື U.S. Patent and Trademark Office (USPTO) ໄດ້ເຜີຍແຜ່ແບບຟອມສະບັບໜຶ່ງ ທີ່ເປີດເຜີຍໃຫ້ເຫັນເຖິງລາຍຊື່ຂອງບໍລິສັດດ້ານການເງິນຍັກໃຫຍ່ຂອງໂລກຢ່າງ Mastercard ທີ່ມີການອະທິບາຍເຖິງ “ລະບົບການຊຳລະເງິນແບບໃໝ່” ທີ່ຖືກອອກແບບມາເພື່ອຊ່ວຍເຫຼືອການເຮັດທຸລະກຳແບບ B2B (ບໍລິສັດກັບບໍລິສັດ) ໂດຍໃນແບບຟອມດັ່ງກ່າວຍັງໄດ້ມີການກ່າວເຖິງບັນຫາໜ່ວຍຄວາມຈຳທີ່ໃຊ້ເກັບຂໍ້ມູນ ລວມເຖິງປະລິມານການເຮັດທຸລະກຳໂດຍລວມທີ່ເພີ່ມຂຶ້ນອີກດ້ວຍ.
ທີ່ໜ້າສົນໃຈຄື ໃນແບບຟອມຂອງທາງ Mastercard ຍັງໄດ້ກ່າວວ່າຈະມີການນຳເອົາລະບົບ Blockchain ເຂົ້າມາຊ່ວຍໃນການປະເມີນຜົນທຸລະກຳນຳອີກ.
“ໃບບາງກໍລະນີ ປຶ້ມບັນຊີອາດຖືກປັບໃຊ້ໃຫ້ເປັນ Blockchain ເພື່ອເກັບກຳຂໍ້ມູນທີ່ີ່ກ່ຽວຂ້ອງ ເຊິ່ງລະບົບທີ່ວ່ານີ້ອາດຈະນຳເອົາຕົວເລກຂອງການເຮັດທຸລະກຳຊື້ສິນຄ້າ, ໃບກຳກັບລາຄາສິນຄ້າ, ຂໍ້ມູນການເຮັດທຸລະກຳ ແລະ ຂໍ້ມູນອື່ນໆເກັບຮັກສາໄວ້ໃນບັນຊີດັ່ງກ່າວ”
Mastercard ໄດ້ຊີ້ໃຫ້ເຫັນວ່າ ເທັກໂນໂລຢີ Blockchain ນັ້ນຈະສາມາດຊ່ວຍແກ້ບັນຫາດັ່ງກ່າວໄດ້ອັດຕະໂນມັດ ແລະ ຈະຊ່ວຍບັນທຶກຂໍ້ມູນລົງສູ່ບັນຊີທີ່ບໍ່ສາມາດປ່ຽນແປງໄດ້ ເຊິ່ງນັ້ນໝາຍຄວາມວ່າຜູ້ທີ່ບໍ່ປະສົງດີຈະບໍ່ສາມາດໂກງ ຫຼື ມາແກ້ໄຂທຸລະກຳໄດ້ພາຍຫຼັງ.
ແບບຟອມດັ່ງກ່າວຍັງໄດ້ສະແດງໃຫ້ເຫັນເຖິງສິດທິບັດຫຼ້າສຸດທີ່ທາງ Mastercard ວາງແຜນທີ່ຈະນຳເອົາເທັກໂນໂລຢີ Blockchain ມາໃຊ້ ໂດຍກ່ອນໜ້ານີ້ຄູ່ແຂ່ງລາຍໃຫຍ່ຢ່າງ Visa ກໍ່ເຄີຍອອກມາປະກາດຈ້າງວິສະວະກອນດ້ານ Blockchain ມາຊ່ວຍພັດທະນາລະບົບຊ່ອງທາງການຊຳລະເງິນແບບໃໝ່ຂອງພວກເຂົາອີກດ້ວຍ.
Leave a Reply