
ປະທານຄະນະກຳມະການຄຸ້ມຄອງຕະຫຼາດຫຼັກຊັບຂອງສະຫະລັດ (Securities and Exchange Commission:SEC) ໄດ້ອອກມາສະແດງຄວາມເປັນຫ່ວງກ່ຽວກັບຄວາມສ່ຽງຂອງ (ICO) ວ່ານັກລົງທຶນທີ່ຊື້ຫຼຽນໄປນັ້ນອາດຈະຖືກຫຼອກລວງໃນທາງອ້ອມກໍ່ເປັນໄດ້.
ທ່ານ Jay Clayton ປະທານຂອງ SEC ໄດ້ອອກມາກ່າວໃນງານລ້ຽງໜຶ່ງທີ່ນະຄອນຫຼວງວໍຊິງຕັນວ່າ: ການລະດົມທຶນແບບ ICO ທີ່ບັນດາບໍລິສັດສະຕາດອັບອອກເງິນດິຈິຕອລເພື່ອລະດົມທຶນສ້າງໂຄງການທີ່ຕົນເອງສັນຍາວ່າຈະສ້າງ ຫຼື ເຮັດອອກມານັ້ນ ບາງຕົວເຂົ້າຂ່າຍປັ່ນລາຄາໃຫ້ສູງຂຶ້ນ ແລ້ວທຸບລາຄາຕາມພາຍຫຼັງ. (ອ້າງອີງຈາກ Bloomberg)
ທີ່ໜ້າສົນໃຈຄືທາງ SEC ໄດ້ອອກມາປະກາດເປີດຕົວໜ່ວຍງານເຝົ້າລະວັງໄພທາງອິນເຕີເນັດທີ່ຖືກກໍ່ຕັ້ງຂຶ້ນມາເພື່ອອກກົດໝາຍຄຸ້ມຄອງ ລະ ປາບປາມການລະເມີດກົດໝາຍກ່ຽວກັບເທັກໂນໂລຢີ distributed ledger ແລະ ICO.
ລາຍງານຍັງໃຫ້ຮູ້ວ່າ SEC ໄດ້ພະຍາຍາມເຂົ້າສືບຄົ້ນເຫດການ The DAO ຫຼື ລະບົບຊ່ວຍຈ່າຍເງິນທຶນອັດຕະໂນມັດຂອງ Ethereum ທີ່ຫຼົ້ມສະຫຼາຍໄປເມື່ອປີທີ່ຜ່ານມາອັນເນື່ອງມາຈາກຊ່ອງຫວ່າງໃນລະບົບເຮັດໃຫ້ຄົນ Hack ໄດ້.
“ກົດໝາຍຄຸ້ມຄອງຫຼັກຊັບຂອງລັດທະບານສະຫະລັດຈະມີຜົນກັບເຫດການໃນຫຼາຍໆລັກສະນະ ເຊິ່ງລວມທັງເທັກໂນໂລຢີ distributed ledger ຂຶ້ນຢູ່ກັບສະຖານະການ ແລະ ຄວາມເປັນຈິງ ໂດຍບໍ່ຄຳນຶງເຖິງຮູບແບບຂອງອົງກອນ ຫຼື ເທັກໂນໂລຢີທີ່ໃຊ້ໃນການເຮັດໃຫ້ເກີດການຂາຍ” ກ່າວໂດຍ SEC.
Leave a Reply