
Indiegogo ມີແຜນກຽມເປີດລະດົມທຶນ ICO ໃຫ້ກັບບໍລິສັດ StartUp
Platform ການລະດົມທຶນຜ່ານເວັບໄຊທ໌ (Crowdfunding) ທີ່ມີຊື່ສຽງລະດັບໂລກນາມວ່າ Indiegogo ມີແຜນຈະລະດົມທຶນ ICO ເຖິງແມ່ນວ່າທາງຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບຂອງສະຫະລັດ (SEC) ຈະມີການກຳກັບເຝົ້າຕິດຕາມການລະດົມທຶນ ICO ທີ່ເກີດຂຶ້ນໃໝ່.